lo_jos_text_ulb_l3/04/04.txt

1 line
816 B
Plaintext

\v 4 ເເລ້ວໂຢຊວຍໄດ້ເອີ້ນຄົນສິບສອງຄົນທີ່ທ່ານໄດ້ຄັດເລືອກມາຈາກເຜົ່າຕ່າງໆ ຂອງອິດສະຣາເອນ ເຜົ່າລະຄົນ. \v 5 ໂຢຊວຍໄດ້ກ່າວກັບພວກເຂົາວ່າ"ຈົ່ງໄປທາງຫນ້າຫີບຂອງພຣະຢາເວພຣະເຈົ້າ, ຂອງພວກທ່ານໄປຍັງກາງເເມ່ນ້ຳຈໍເເດນ ໃຫ້ພວກທ່ານເເຕ່ລະຄົນຍົກກ້ອນຫິນຄົນລະກ້ອນແບກຂຶ້ນບ່າຕາມຈຳນວນຂອງເຜົ່າຕ່າງໆ ຂອງປະຊາຊົນອິດສະຣາເອນ.