lo_jos_text_ulb_l3/07/06.txt

1 line
1.4 KiB
Plaintext

\v 7 \v 6 ແລ້ວໂຢຊວຍກໍຈີເສື້ອຜ້າຂອງຕົນ ເຂົາແລະພວກຜູ້ນຳຂອງອິດສະຣາເອນກໍເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຂອງພວກເຂົາ ແລະຫມູບຫນ້າລົງພື້ນດິນ ທີ່ຫນ້າຫີບຂອງພຣະຢາເວ, ພວກເຂົາຢູ່ແຫ່ງນັ້ນແຕ່ເຊົ້າຈົນຄຳ່ ຈາກນັ້ນໂຢຊວຍກ່າວວ່າ.\v 7 " ຂ້າແດ່ພຣະຢາເວພຣະຜູ້ເປັນເຈົ້າ, ເຫດໃດປະຊາຊົນເຫລົ່ານີ້ຂ້າມແມ່ນຳ້ຈໍແດນມາ ທີ່ນີ້? ພຣະອົງຊົງນຳປະຊາຊົນເຫລົ່ານີ້ຂ້າມແມ່ນຳ້ຈໍແດນມາ ເພື່ອມອບພວກຂ້ານ້ອຍໄວ້ໃນມືຂອງພວກອາໂມຣິດ ເພື່ອທຳລາຍພວກຂ້ານ້ອຍເສຍຢ່າງນັ້ນບໍ? ຖ້າພຽງແຕ່ພວກຂ້ານ້ອຍຕັດສິນໃຈທີ່ແຕກຕ່າງໄປ, ແລະພວກຂ້ານ້ອຍຄົງຍັງຢູ່ອີກຝັ່ງຫນຶ່ງຂອງແມ່ນຳ້ຈໍແດນ.