lo_jos_text_ulb_l3/09/09.txt

1 line
1023 B
Plaintext

\v 10 \v 9 ພວກເຂົາໄດ້ກ່າວກັບເພິ່ນວ່າ "ຜູ້ຮັບໃຊ້ທັງຫລາຍຂອງພວກທ່ານໄດ້ມາຈາກແຜ່ນດິນທີ່ໄກຫລາຍ ເພາະພຣະນາມພຣະຢາເວ, ພຣະເຈົ້າຂອງທ່ານ, ພວກເຮົາໄດ້ຍິນເຖິງເລື່ອງລາວຂອງພຣະອົງ, ແລະທຸກເລື່ອງລາວທີ່ພຣະອົງໄດ້ຊົງກະທຳໃນເອຢິບ.\v 10 ແລະທຸກສິ່ງທີ່ພຣະອົງໄດ້ກະທຳ ກັບກະສັດສອງຄົນຂອງຊາວອາໂມຣິດ ທີ່ອີກຟາກຫນຶ່ງຂອງຈໍແດນ ຄືເຈົ້າສີໂຫນກະສັດຂອງເຮັດສະໂບນ ແລະໂອກກະສັດຂອງບາຊານຜູ້ຢູ່ທີ່ເມືອງອັດສະຕາໂຣດ.