lo_jos_text_ulb_l3/07/19.txt

1 line
1.5 KiB
Plaintext

\v 19 ໂຢຊວຍຈຶ່ງກ່າວແກ່ ອາການ ວ່າ " ລູກຂອງເຮົາເອີຍຈົ່ງບອກຄວາມຈິງຕໍ່ຫນ້າພຣະຢາເວພຣະເຈົ້າ, ຂອງອິດສະລະເອນ ແລະສາລະພາບຜິດບາບຕໍ່ພຣະອົງ, ຈົ່ງບອກເຮົາວ່າທ່ານໄດ້ເຮັດຫຍັງລົງໄປ ຈົ່ງຢ່າປິດບັງເຮົາເລີຍ." \v 20 ອາການ ໄດ້ຕອບໂຢຊວຍວ່າ " ເປັນຄວາມຈິງຂ້ານ້ອນໄດ້ເຮັດບາບ ຕໍ່ພຣະຢາເວຜຣະເຈົ້າ, ຂອງອິດສະຣະເອນ ນີ້ຄືສິ່ງທີ່ຂ້ານ້ອຍໄດ້ເຮັດ. \v 21 ຄືເມື່ອຂ້ານ້ອຍໄດ້ເຫັນເສື້ອຄຸມງາມຈາກບາບີໂລນ ເງິນຫນັກປະມານສອງລ້ອຍເຊເຂ (ສອງກິໂລກະຣາມ) ແລະຄຳແທ່ງຫນຶ່ງຫນັກ ຫ້າສິບເຊເຂ(ເຄິ່ງກິໂລກະຣາມ) ຂ້ານ້ອຍປາຖະຫນາຢາກໄດ້ສິ່ງຂອງເຫລົ່ານັ້ນແລະເອົາມັນມາ ຂອງພວກນັ້ນໄດ້ເຊື່ອງຢູ່ໃນດິນກາງເຕັນຂອງຂ້ານ້ອຍແລະເງິນກໍຢູ່ພາຍໃຕ້ນັ້ນ."