lo_jos_text_ulb_l3/03/09.txt

1 line
1.1 KiB
Plaintext

\v 9 ແລ້ວໂຢຊວຍກ່າວແກ່ປະຊາຊົນອີດສະຣາເອນວ່າ"ຈົ່ງມາບ່ອນນີ້ ແລະຟັງຖ້ອຍຄຳທີ່ພຣະຢາເວພຣະເຈົ້າຂອງທ່ານ. \v 10 ໂດຍເຫດນີ້ພວກທ່ານທັງລາຍຈະໄດ້ຮູ້ວ່າ ພຣະເຈົ້າ, ຜູ້ຊົງພຣະຊົນຢູ່ສະຖິດຢູ່ທ່າມກາງທ່ານທັງຫລາຍ ຈະຊົງຂັບໄລ່ ຄົນການາອານ ຄົນຮິດຕີ ຄົນຮີວີ ຄົນເປຣິຊີ ຄົນກີກາຊີ ຄົນອາໂມລິດ ແລະຄົນເຢບຸດໃຫ້ພົ້ນຫນ້າທ່ານທັງຫລາຍ . \v 11 ຈົ່ງເບິ່ງນັ້ນ ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ, ແຫ່ງໂລກທັງມວນຈະຂ້າມໄປທາງຫນ້າທ່ານລົງໄປໃນແມ່ນ້ຳຈໍແດນ.