lo_jos_text_ulb_l3/07/02.txt

1 line
1.1 KiB
Plaintext

\v 2 ໂຢຊວຍໄດ້ສົ່ງຜູ້ຊາຍຈາກເຢຣີໂກໄປເມືອງອາອີ, ຊຶ່ງຢູ່ໃກ້ກັບເບັດອາເວນ, ທາງທິດຕາເວັນອອກຂອງເບັດເອນ. ເພິ່ນໄດ້ກ່າວກັບເຂົາເຫລົ່ານັ້ນວ່າ, "ຈົ່ງຂຶ້ນໄປ ແລະ ຈົ່ງສອດແນມແຜ່ນດິນ "ດັ່ງນັ້ນພວກເຂົາຈຶ່ງຂຶ້ນໄປ ແລະ ສອດແນມເມືອງອາອີ. \v 3 ເມື່ອພວກເຂົາກັບມາຫາໂຢຊວຍ, ພວກເຂົາໄດ້ກ່າວວ່າ. " ຢ່າສົ່ງປະຊາຊົນທັງຫມົດຂຶ້ນໄປເມືອງອາອີ. ໃຫ້ສົ່ງສອງ ຫລື ສາມພັນຄົນຂຶ້ນໄປ ໂຈມຕີເມືອງອາອີ. ຢ່າໃຫ້ປະຊາຊົນທັງຫມົດລຳບາກໃນການສູ້ຮົບ, ເພາະວ່າພວກນັ້ນມີຈຳນວນນ້ອຍ."