lo_jos_text_ulb_l3/21/01.txt

1 line
1014 B
Plaintext

\c 21 \v 1 ຂະນະນັ້ນພວກຫົວຫນ້າຕະກູນຕ່າງໆ ຂອງຄົນເລວີໄດ້ມາຫາເອເລອາຊາປະໂຣຫິດ, ໂຢຊວຍລູກຊາຍຂອງນູນ, ແລະບັນດາຫົວຫນ້າຂອງຄອບຄົວຂອງບັນພະບູລຸດຂອງປະຊາຊົນອິດສະຣາເອນ. \v 2 ພວກເຂົາໄດ້ກ່າວແກ່ຄົນເຫລົ່ານັ້ນທີ່ເມືອງຊີໂລໃນແຜ່ນດິນຂອງການາອານ,"ພຣະຢາເວ, ໄດ້ຊົງສັ່ງທ່ານທັງຫລາຍໂດຍຜ່ານທາງໂມເຊວ່າ ໃຫ້ມອບເມືອງຕ່າງໆແກ່ພວກເຮົາເພື່ອຈະໄດ້ອາໄສຢູ່, ພ້ອມທັງທົ່ງຫຍ້າສຳລັບຝູງສັດລ້ຽງຂອງພວກເຮົາດ້ວຍ.''