lo_jos_text_ulb_l3/24/16.txt

1 line
1.5 KiB
Plaintext

\v 16 ພວກປະຊາຊົນໄດ້ຕອບແລະກ່າວວ່າ, "ພວກເຮົາຈະບໍ່ປະຖິ້ມພຣະຢາເວໄປບົວຣະບັດພະອື່ນໆ, \v 17 ເພາະວ່າພຣະຢາເວພຣະເຈົ້າຂອງພວກເຮົາຜູ້ທີ່ໄດ້ນຳເຮົາແລະບັນພະບຸຣຸດຂອງພວກເຮົາຂຶ້ນມາຈາກແຜ່ນດິນເອຢິບ, ອອກມາຈາກເຮືອນທາດ, ແລະຜູ້ຊົງໄດ້ເຮັດການອັສະຈັນຍິ່ງໃຫຍ່ໃນສາຍຕາຂອງພວກເຮົາ, ແລະຜູ້ຊົງຄຸ້ມຄອງເຮົາຕະຫລອດທາງທີ່ເຮົາໄດ້ເດີນໄປ, ແລະທ່າມກາງຊົນຊາດທັງຫລາຍຊຶ່ງເຮົາໄດ້ຜ່ານໄປ. \v 18 ແລ້ວພຣະຢາເວໄດ້ຊົງຂັບໄລ່ປະຊາຊົນທັງຫມົດນັ້ນອອກໄປຕໍ່ຫນ້າພວກເຮົາ, ລວມທັງຄົນອາໂມຣິດຊຶ່ງໄດ້ອາໄສຢູ່ໃນແຜ່ນດິນນັ້ນ. ດັ່ງນັ້ນພວກເຮົາຈະນະມັສະການພຣະຢາເວ, ເພາະວ່າພຣະອົງຊົງເປັນພຣະເຈົ້າຂອງພວກເຮົາ."