lo_jos_text_ulb_l3/24/11.txt

1 line
1.2 KiB
Plaintext

\v 11 ພວກເຈົ້າໄດ້ຂ້ວາມແມ່ນ້ຳຈໍແດນມາທີ່ເມືອງເຢຣີໂກ. ພວກຜູ້ນຳຂອງເຢຣີໂກໄດ້ຕໍ່ສູ້ກັບພວກເຈົ້າ, ລວມທັງຄົນອາໂມຣິດ, ຄົນເປຣີຊີ, ຄົນການາອານ, ຄົນຮິດຕີ, ຄົນກີກາຊີ, ຄົນຮີວີແລະຄົນເຢບຸດ. ເຮົາໄດ້ມອບຊັຍຊະນະເຫນືອພວກເຂົາໃຫ້ພວກເຈົ້າ ແລະໃຫ້ພວກເຂົາຢູ່ພາຍໃຕ້ການຄວບຄຸມຂອງພວກເຈົ້າ. \v 12 ເຮົາໄດ້ສົ່ງຝູງຕໍ່ໄປຂ້າງຫນ້າພວກເຈົ້າ, ຊຶ່ງໄດ້ໄລ່ພວກເຂົາແລະກະສັດສອງຄົນ ຂອງຊາວອາໂມຣິດອອກໄປຕໍ່ຫນ້າພວກເຈົ້າ. ມັນບໍ່ໄດ້ເກີດຂຶ້ນເພາະດ້ວຍດາບຫລືໂດຍລູກທະນູຂອງພວກເຈົ້າເລີຍ.