lo_jos_text_ulb_l3/24/01.txt

1 line
1.2 KiB
Plaintext

\c 24 \v 1 ແລ້ວໂຢຊວຍກໍໄດ້ຮວບຮວມບັນດາເຜົ່າຕ່າງໆ ຂອງອິສະຣາເອນມາທີ່ເມືອງຊີເຄມ ແລະໄດ້ເອີ້ນພວກຜູ້ໃຫຍ່ຂອງອິສະຣາເອນ, ພວກຜູ້ນຳຂອງພວກເຂົາ, ພວກຜູ້ພິພາກສາຂອງພວກເຂົາ, ແລະເຈົ້າຫນ້າທີ່ຂອງພວກເຂົາ, ແລະພວກເຂົາກໍມາສະແດງຕົວຕໍ່ຫນ້າພຣະເຈົ້າ. \v 2 ໂຢຊວຍໄດ້ກ່າວກັບປະຊາຊົນທັງຫມົດວ່າ, "ນີ້ຄືສິ່ງທີ່ພຣະຢາເວພຣະເຈົ້າຂອງອິສະຣາເອນ, ໄດ້ກ່າວວ່າ, ' ບັນພະບຸຣຸດຂອງພວກເຈົ້າ ນານມາແລ້ວໄດ້ໃຊ້ຊີວິດຢູ່ຟາກນັ້ນຂອງແມ່ນ້ຳເອີຟຣັດ, ຄື ເຕຣາ ພໍ່ຂອງອັບຣາຮາມແລະພໍ່ຂອງນາໂຮ - ແລະພວກເຂົານະມັສະການພະອື່ນໆ.