lo_jos_text_ulb_l3/23/09.txt

1 line
1.1 KiB
Plaintext

\v 9 ເພາະພຣະຢາເວໄດ້ຊົງຂັບໄລ່ປະຊາຊາດທີ່ໄຫຍ່ໂຕ,ເຂັ້ມແຂງອອກໄປຕໍ່ຫນ້າພວກເຈົ້າ, ສ່ວນພວກເຈົ້າເອງກໍຍັງບໍ່ມີໃຜທີ່ຈະສາມາດຕໍ່ສູ້ພວກເຈົ້າໄດ້ຈົນເຖິງວັນນີ້. \v 10 ພຽງຄົນດຽວໃນພວກເຈົ້າກໍຈະຂັບໄລ່ພັນຄົນໃຫ້ຫນີໄປໄດ້.ເພາະວ່າພຣະຢາເວພຣະເຈົ້າ, ຂອງພວກເຈົ້າ ຄືຜູ້ນັ້ນທີ່ຊົງສູ້ຮົບເພື່ອພວກເຈົ້າ, ດັ່ງທີ່ພຣະອົງໄດ້ຊົງສັນຍາໄວ້ແລ້ວ. \v 11 ຈົ່ງໃຫ້ຄວາມສົນໃຈເປັນພິເສດ, ເພື່ອທີ່ພວກເຈົ້າຈະຮັກພຣະຢາເວພຣະເຈົ້າຂອງພວກເຈົ້າ.