1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 7 ດຽວນີ້ຫນື່ງເຄິ່ງຂອງເຜົ່າມານັດເຊ ໂມເຊໄດ້ມອບກຳມະສິດໃຫ້ເຂົາໃນບາຊານ, ແຕ່ອີກເຄິ່ງເຜົ່ານັ້ນ ໂຢຊວຍໄດ້ມອບກຳມະສິດໃຫ້ພວກເຂົາທີ່ໃກ້ຄຽງກັບພີ່ນ້ອງຂອງພວກເຂົາ ໃນແຜ່ນດິນພາກຕາເວັນຕົກຂອງແມ່ນ້ຳຈໍແດນ. ໂຢຊວຍໄດ້ສົ່ງພວກເຂົາກັບໄປທີ່ເຕັນຂອງພວກເຂົາ; ເພິ່ນໄດ້ອວຍພອນພວກເຂົາ \v 8 ແລະໄດ້ກ່າວຕໍ່ພວກເຂົາວ່າ, "ຈົ່ງກັບໄປເຕັນຂອງພວກເຈົ້າພ້ອມກັບເງິນຈຳນວນຫລາຍ, ແລະຝູງສັດຈຳນວນຫລາຍ, ພ້ອມດ້ວຍເງິນແລະຄຳ,ທອງ, ເຫລັກ, ແລະເສື້ອຜ້າອີກຫລາຍຢ່າງ, ຈົ່ງແບ່ງປັນສິ່ງທີ່ຢຶດມາ. ໄດ້ຈາກເຫລົ່າສັດຕຣູຂອງເຈົ້າໃຫ້ພີ່ນ້ອງຂອງເຈົ້າ". |