lo_jos_text_ulb_l3/22/04.txt

1 line
1.7 KiB
Plaintext

\v 4 ​ດຽວ​ນີ້ພຣະຢາເວພ​ຣະເຈົ້າຂອງເຈົ້າໄດ້ໂຜດໃຫ້ພີ່ນ້ອງຂອງເຈົ້າຢຸດພັກແລ້ວ, ດັ່ງທີ່ພຣະອົງຊົງສັນຍາໄວ້ກັບພວກເຂົາ. ດັ່ງນັ້ນພວກເຈົ້າຈົ່ງກັບບ້ານຂອງເຈົ້າເຖີດໃນ​ແຜ່ນ​ດິນ​ຂອງ​ເຈົ້າ, ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ມອບໃຫ້ພວກເຈົ້າທີ່ອີກຝັ່ງຫນຶ່ງຂອງແມ່ນ້ຳຈໍແດນນັ້ນ. \v 5 ພຽງແຕ່ຈົ່ງຣະວັງໃຫ້ດີທີ່ຈະປະຕິບັດກົດບັນຍັດແລະກົດຫມາຍທີ່ໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ສັ່ງເຈົ້າໄວ້ແລ້ວ, ໃຫ້ຮັກພຣະຢາເວພຣະເຈົ້າຂອງເຈົ້າ, ໃຫ້ເດີນໃນທຸກທາງຂອງພຣະອົງ, ແລະໃຫ້ບົວຣະບັດຮັບໃຊ້ພຣະອົງ, ຕິດສະນິດກັບພຣະອົງແລະນະມັດສະການພຣະອົງດ້ວຍສຸດໃຈແລະດ້ວຍສຸດຈິດຂອງພວກເຈົ້າ, \v 6 ດັ່ງນັ້ນໂຢຊວຍໄດ້ອວຍພອນພວກເຂົາ ແລະໄດ້ສົ່ງພວກເຂົາກັບໄປ, ແລະພວກເຂົາກໍໄດ້ກັບໄປທີ່ເຕັນຂອງພວກເຂົາ.