lo_jos_text_ulb_l3/21/43.txt

1 line
1.4 KiB
Plaintext

\v 43 ດັ່ງນັ້ນພຣະຢາເວໄດ້ປຣະທານແຜ່ນດິນໃຫ້ອິສະຣາເອນຕາມທີ່ພຣະອົງໄດ້ຊົງສັນຍາວ່າຈະໃຫ້ແກ່ບັນພະບຸຣຸດຂອງພວກເຂົາ. ພວກອິສະຣາເອນໄດ້ຢຶດແລ້ວກໍເຂົ້າໄປຕັ້ງຖິ່ນຖານຢູ່ທີ່ນັ້ນ. \v 44 ແລ້ວພຣະຢາເວໄດ້ປຣະທານໃຫ້ພວກເຂົາມີຄວາມສະຫງົບຢູ່ທຸກດ້ານ, ດັ່ງທີ່ພຣະອົງຊົງສັນຍາໄວ້ກັບບັນພະບຸຣຸດຂອງພວກເຂົາ. ບໍ່ມີສັດຕຣູຂອງພວກເຂົາຈັກຄົນດຽວທີ່ຕໍ່ສູ້ພວກເຂົາໄດ້. ພຣະຢາເວໄດ້ຊົງມອບສັດຕຣູຂອງພວກເຂົາໃຫ້ຢູ່ໃນກຳມືຂອງເຂົາທັງຫມົດ. \v 45 ບໍ່ມີຈັກສິ່ງທ່າມກາງພຣະສັນຍາອັນປະເສີດທຸກຢ່າງຊຶ່ງພຣະຢາເວຊົງສັນຍາຕໍ່ປະຊາຊົນອິສະຣາເອນຈະຫລົ້ມເຫລວຈາກເປັນຈິງ. ທຸກສິ່ງເປັນຄວາມຈິງທັງສິ້ນ.