lo_jos_text_ulb_l3/19/32.txt

1 line
1015 B
Plaintext

\v 32 ສະຫລາກທີຫົກຕົກເປັນຂອງເຜົ່ານັບທາລີ, ແລະ ໄດ້ມອບໃຫ້ລູກຫລານຂອງພວກເຂົາ. \v 33 ເຂດແດນຂອງພວກເຂົາເລີ່ມຈາກເຮເລັບຈາກຕົ້ນໂອກທີ່ສານັນນິມ, ທີ່ອາດາມິເນເຂບ, ແລະ ຢັບເນເອນ, ໄກອອກໄປເຖິງລັດຄຸມ.ແລະສິ້ນສຸດທີ່ແມ່ນ້ຳຈໍແດນ. \v 34 ເຂດແດນກໍອ້ອມໄປທາງຕາເວັນຕົກເຖິງອັດຊະໂນດທາໂບ, ແລະ ໄປເຖິງຮຸກໂກກ; ໄປຈຸກັບເຊບູໂລນ, ທາງທິດໃຕ້ ແລະ ໄປເຖິງອາເຊທາງທິດຕາເວັນຕົກ ແລະ ຢູດາທາງທິດຕາເວັນອອກທີ່ແມ່ນ້ຳຈໍແດນ.