lo_jos_text_ulb_l3/17/01.txt

1 line
1.2 KiB
Plaintext

\c 17 \v 1 ການຈັດສັນທີ່ດິນໃຫ້ແກ່ເຜົ່າມານາເຊ (ຜູ້ຊຶ່ງເປັນລູກຊາຍກົກຂອງໂຢເຊັບ) -ນັ້ນຄືສຳລັບມາກີລູກຊາຍກົກຂອງມານາເຊ, ແລະເປັນພໍ່ຂອງກີເລອາດ, ລູກຫລານຂອງມາກີໄດ້ຮັບຈັດສັນທີ່ດິນຂອງກີເລອາດ, ແລະ ບາຊານເປັນສ່ວນແບ່ງເພາະມາກີເຄີຍເປັນທະຫານ. \v 2 ທີ່ດິນໄດ້ຖືກຈັດສັນໃຫ້ແກ່ຄົນທີ່ເຫລືອຢູ່ ຂອງຄົນເຜົ່າມານາເຊ, ໃຫ້ແກ່ຕະກູນຂອງພວກເຂົາຄື: ອາບີເອເຊ, ເຮເລັກ, ອາສະກີເອນ, ເຊເຄມ, ເຮເຟ, ແລະ ເຊມີດາ, ຄົນເຫລົ່ານີ້ເປັນລູກຫລານຜູ້ຊາຍຂອງຄົນມານາເຊ, ລູກຊາຍຂອງໂຢເຊັບ ໃຫ້ຕາມຕະກູນຂອງເຂົາ.