lo_jos_text_ulb_l3/16/05.txt

1 line
1.1 KiB
Plaintext

\v 5 ເຂດຂອງເຜົ່າເອຟຣາອິມ ທີ່ໄດ້ຈັດສັນຕາມຕະກູນຂອງພວກເຂົາ ເປັນດັ່ງນີ້ຄື: ຊາຍແດນຕາມມໍຣະດົກຂອງພວກເຂົາທາງທິດຕາເວັນອອກເລີ້ມຕັ້ງແຕ່ເມືອງອາທາໂຣດ, ອັດດາ, ໄກໄປຈົນເຖິງເບັດໂຮໂຣນ. \v 6 ຈາກທີ່ນັ້ນກໍຕໍ່ໄປຈົນເຖິງທະເລ ຈາກເມືອງມິກເມທັດ, ທາງທິດເຫນືອ ແລະ ລ້ຽວມາທາງທິດຕາເວັນອອກເຖິງເມືອງ ຕາອານາດ ຊີໂລ ແລ້ວຜ່ານພົ້ນເມືອງນີ້ໄປທາງທິດຕາເວັນອອກເຖິງເມືອງຢາໂນອາ. \v 7 ແລ້ວລົງໄປຈາກເມືອງຢາໂນອາ ໄປຈົນເຖິງເມືອງເຢຣີໂກ, ສິ້ນສຸດລົງທີ່ແມ່ນ້ຳຈໍແດນ.