lo_jos_text_ulb_l3/15/09.txt

1 line
923 B
Plaintext

\v 9 ແລ້ວຊາຍແດນເລີຍໄປຈາກຍອດພູເຖິງນ້ຳພຸແຫ່ງລຳນ້ຳເນັບໂທອາ, ແລະ ຈາກທີ່ນັ້ນກໍມາເຖິງເມືອງຕ່າງໆຂອງພູເຂົາເອຟະໂຣນ. ແລ້ວຊາຍແດນກໍລ້ຽວໄປທາງບາອາລາ (ເຫມືອນກັນກັບກີຣີອາດເຢອາຣິມ). \v 10 ແລ້ວຊາຍແດນກໍລ້ຽວໄປບາອາລາ, ໄປທາງທິດຕາເວັນຕົກເຖິງພູເຂົາເສອີ, ແລະ ຜ່ານໄປຕາມໄຫລ່ພູເຢອາຣິມທາງເຫນືອ (ເມືອງດຽວກັບເກສາໂລນ), ລົງໄປເຖິງເມືອງເບັດເຊເມດ, ແລະ ຜ່ານເມືອງຕິມນາ.