lo_jos_text_ulb_l3/12/07.txt

1 line
1.1 KiB
Plaintext

\v 7 ເຫລົ່ານີ້ຄືບັນດາກະສັດຂອງດິນແດນຊຶ່ງໂຢຊວຍກັບປະຊາຊົນອິສະຣາເອນໄດ້ຕີເອົາຊະນະທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນ, ຕັ້ງແຕ່ບາອັນກາດໃນຮ່ອມພູໃກ້ກັບເລບານອນ ເຖິງພູເຂົາຮາລັກໃກ້ກັບເອໂດມ. ໂຢຊວຍໄດ້ມອບແຜ່ນດິນໃຫ້ເປັນກຳມະສິດ ແກ່ຄົນເຜົ່າຕ່າງໆຂອງອິສະຣາເອນ. \v 8 ເພິ່ນໄດ້ມອບແດນເນີນພູທີ່ໃຕ້ອາຣາບາຂ້າງໆບັນດາເນີນພູໃນຖິ່ນແຫ້ງແລ້ງກັນດານ ແລະ ທີ່ເນເກບແຜ່ນດິນຂອງຄົນຮິດຕີ, ຄົນອາໂມຣິດ, ຄົນການາອານ, ຄົນເປຣີຊີ, ຄົນຮີວີ, ແລະ ຄົນເຢບຸດ.