lo_jos_text_ulb_l3/12/03.txt

1 line
1.2 KiB
Plaintext

\v 3 ເຈົ້າສີໂຫນໄດ້ປົກຄອງອາຣາບາໄປຈົນເຖິງທະເລກິນເນເຣ, ເຖິງທິດຕາເວັນອອກ, ເຖິງທະເລຂອງອາຣາບາ (ທະເລເກືອ) ເຖິງທິດຕາເວັນອອກ, ມາຈົນເຖິງເບັດເຢຊີໂມດ ແລະ ໄປເຖິງຕອນໃຕ້, ໄປຈົນເຖິງຕີນພູຂອງພູເຂົາປີສະກາ. \v 4 ເຈົ້າໂອກ, ກະສັດແຫ່ງບາຊານ, ຊຶ່ງເປັນຄົນເຜົ່າເຣຟາອິມທີ່ເຫລືອຢູ່. ຜູ້ຢູ່ທີ່ອັດຊະຕາໂຣດ ແລະເອັດເຣອີ. \v 5 ເຂົາໄດ້ປົກຄອງເຫນືອພູເຂົາເຮີໂມນ, ສາເລກາ, ແລະ ບາຊານທັງຫມົດ, ເຖິງຊາຍແດນຂອງປະຊາຊົນເກຊູ ແລະ ຄົນມາອາກາ, ແລະ ເຄິ່ງຫນຶ່ງຂອງກີເລອາດ, ເຖິງເຂດແດນຂອງເຈົ້າສີໂຫນ, ກະສັດແຫ່ງເຮັດຊະໂບນ.