lo_jos_text_ulb_l3/10/40.txt

1 line
868 B
Plaintext

\v 40 ໂຢຊວຍໄດ້ຊັຍຊະນະທຸກເມືອງເທິງດິນແດນ, ຮ່ອມພູເນເກບ, ຕາມຕີນພູ, ແລະ ຕາມເນີນພູ. ກະສັດທັງຫມົດຂອງເມືອງເຫລົ່ານັ້ນບໍ່ມີຜູ້ໃດລອດຊີວິດ. ເພິ່ນໄດ້ທຳລາຍທຸກສິ່ງທີ່ມີຊີວິດດັ່ງທີ່ພຣະຢາເວພຣະເຈົ້າ, ຂອງອິສະຣາເອນ ໄດ້ຊົງສັ່ງໄວ້. \v 41 ໂຢຊວຍໄດ້ໂຈມຕີພວກເຂົາດ້ວຍດາບຕັ້ງແຕ່ຄາເດັດບາເນຍເຖິງກາຊາ, ແລະທັງແຜ່ນດິນໂກເຊນຈົນເຖິງເມືອງກີເບໂອນ.