lo_jos_text_ulb_l3/10/01.txt

1 line
1.3 KiB
Plaintext

\c 10 \v 1 ບັດນີ້ເມື່ອອາໂດນີເຊເດັກ, ກະສັດແຫ່ງເຢຣູຊາເລັມ, ຊົງໄດ້ຍິນວ່າໂຢຊວຍໄດ້ຢຶດເມືອງອາອີ ແລະ ໄດ້ທຳລາຍເມືອງຈົນກ້ຽງແລ້ວ (ເຊັ່ນດຽວກັບທີ່ເພິ່ນໄດ້ເຮັດກັບເຢຣີໂກ ແລະ ກະສັດຂອງເມືອງນັ້ນ), ເຂົາໄດ້ຍິນດ້ວຍວ່າປະຊາຊົນຂອງກີເບໂອນໄດ້ເຮັດສັນຍາສັນຕິພາບກັບອິສະຣາເອນ ແລະ ໄດ້ຢູ່ທ່າມກາງພວກເຂົາ. \v 2 ປະຊາຊົນຂອງເຢຣູຊາເລັມກໍຮູ້ສຶກຢ້ານກົວຫລາຍ ເພາະວ່າກີເບໂອນເປັນເມືອງໃຫຍ່, ເຫມືອນກັບເມືອງຫລວງທັງຫລາຍ. ເປັນເມືອງໃຫຍ່ກວ່າເມືອງອາອີ, ແລະ ພວກຜູ້ຊາຍຂອງເມືອງທຸກຄົນກໍເປັນນັກຮົບທີ່ເກັ່ງກ້າດ້ວຍ.