lo_jos_text_ulb_l3/09/11.txt

1 line
1.5 KiB
Plaintext

\v 11 ພວກຜູ້ນຳຂອງພວກເຮົາ ແລະ ປະຊາຊົນທັງຫມົດໃນແຜ່ນດິນຂອງພວກເຮົາໄດ້ກ່າວແກ່ເຮົາວ່າ, 'ຈົ່ງເອົາອາຫານສຳລັບເດີນທາງ. ຈົ່ງໄປຫາພວກເພິ່ນ ແລະ ກ່າວແກ່ພວກເພິ່ນວ່າ, "ພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ. ຂໍເຮັດຂໍ້ຕົກລົງກັບພວກເຮົາເຖີດ." \v 12 ນີ້ຄືເຂົ້າຈີ່ຂອງພວກເຮົາ, ມັນຍັງອຸ່ນໆຢູ່ເມື່ອພວກເຮົານຳອອກມາຈາກບ້ານຂອງພວກເຮົາ ໃນມື້ທີ່ພວກເຮົາອອກເດີນທາງມາຫາພວກທ່ານ. ແຕ່ບັດນີ້, ເບິ່ງເຖີດ, ມັນແຫ້ງແລະ ຕົກໂຫມະແລ້ວ. \v 13 ຖົງເຫລົ້າອະງຸ່ນນີ້ຍັງໃຫມ່ເມື່ອເຮົາເຕີມເຫລົ້າອະງຸ່ນ, ແລະ ນຳມາດ້ວຍ, ແລະ ເບິ່ງເຖີດ, ບັດນີ້ມັນກຳລັງຮົ່ວ ເສື້ອຜ້າ ແລະ ເກີບແຕະຂອງພວກເຮົາກໍຂາດເນື່ອງຈາກການເດີນທາງທີ່ໄກຫລາຍ."'