lo_jos_text_ulb_l3/09/09.txt

1 line
1023 B
Plaintext

\v 9 ພວກເຂົາໄດ້ກ່າວກັບເພິ່ນວ່າ, "ຜູ້ຮັບໃຊ້ທັງຫລາຍຂອງພວກທ່ານໄດ້ມາຈາກແຜ່ນດິນທີ່ໄກຫລາຍ, ເພາະພຣະນາມພຣະຢາເວ, ພຣະເຈົ້າຂອງທ່ານ. ພວກເຮົາໄດ້ຍິນເຖິງເລື່ອງລາວຂອງພຣະອົງ, ແລະ ທຸກເລື່ອງລາວທີ່ພຣະອົງໄດ້ຊົງກະທຳໃນເອຢິບ - \v 10 ແລະ ທຸກສິ່ງທີ່ພຣະອົງໄດ້ກະທຳກັບກະສັດສອງຄົນຂອງຊາວອາໂມຣິດ ທີ່ອີກຟາກຫນຶ່ງຂອງຈໍແດນ - ຄືເຈົ້າສີໂຫນກະສັດຂອງເຮັດສະໂບນ, ແລະ ໂອກກະສັດຂອງບາຊານຜູ້ຢູ່ທີ່ເມືອງອັສະຕາໂຣດ.