lo_jos_text_ulb_l3/08/13.txt

1 line
1014 B
Plaintext

\v 13 ພວກເຂົາກໍໄດ້ຈັດກອງກຳລັງທະຫານທັງຫມົດ, ໃຫ້ກອງທັບຫລັກຢູ່ດ້ານເຫນືອຂອງເມືອງ, ແລະ ພວກທັບຫລັງໃຫ້ຢູ່ດ້ານຕາເວັນອອກຂອງເມືອງ. ໂຢຊວຍໄດ້ຄ້າງຄືນຢູ່ໃນຮ່ອມພູ. \v 14 ຕໍ່ມາເມື່ອກະສັດແຫ່ງເມືອງອາອີເຫັນດັ່ງນັ້ນ, ເພິ່ນ ແລະ ກອງທັບຂອງເພິ່ນກໍຕື່ນແຕ່ເຊົ້າ ແລະ ຟ້າວອອກໄປໂຈມຕີອິສະຣາເອນທີ່ສະຖານທີ່ນັ້ນ ຫັນໄປທາງຮ່ອມພູແຫ່ງແມ່ນ້ຳຈໍແດນ. ເພິ່ນບໍ່ຮູ້ວ່າຈະຖືກຫລອນໂຈມຕີທາງດ້ານຫລັງຂອງເມືອງ.