lo_jos_text_ulb_l3/08/10.txt

1 line
1.1 KiB
Plaintext

\v 10 ໂຢຊວຍໄດ້ຕື່ນຂຶ້ນຕອນເຊົ້າແຕ່ເດິກໆ ແລະ ໃຫ້ທະຫານຂອງເຂົາຕຽມພ້ອມ, ໂຢຊວຍແລະ ພວກຜູ້ນຳຂອງອິສະຣາເອນ, ແລະ ພວກເຂົາໄດ້ເຂົ້າໂຈມຕີປະຊາຊົນຂອງເມືອງອາອີ. \v 11 ທະຫານທັງຫມົດທີ່ຢູ່ກັບເພິ່ນ ໄດ້ມຸ້ງຫນ້າໄປຍັງເມືອງ. ພວກເຂົາໄດ້ເຂົ້າໃກ້ເມືອງ ແລະ ຕັ້ງຄ້າຍຢູ່ດ້ານທິດເຫນືອຂອງເມືອງອາອີ. ມີຮ່ອມພູຂັ້ນລະຫວ່າງພວກເຂົາກັບເມືອງອາອີ. \v 12 ເພິ່ນໄດ້ນຳຜູ້ຊາຍປະມານຫ້າພັນຄົນ ແລະ ໃຫ້ພວກເຂົາລີ້ຢູ່ທາງທິດຕາເວັນຕົກຂອງເມືອງ ລະຫວ່າງເບັດເອນ ແລະ ເມືອງອາອີ.