lo_jos_text_ulb_l3/07/19.txt

1 line
1.5 KiB
Plaintext

\v 19 ໂຢຊວຍຈຶ່ງກ່າວແກ່ ອາການວ່າ, " ລູກຂອງເຮົາເອີຍ, ຈົ່ງບອກຄວາມຈິງຕໍ່ຫນ້າພຣະຢາເວພຣະເຈົ້າ, ຂອງອິສະຣາເອນ, ແລະ ສາຣະພາບຜິດບາບຕໍ່ພຣະອົງ. ຈົ່ງບອກເຮົາວ່າທ່ານໄດ້ເຮັດຫຍັງລົງໄປ ຈົ່ງຢ່າປິດບັງເຮົາເລີຍ." \v 20 ອາການໄດ້ຕອບໂຢຊວຍວ່າ, " ເປັນຄວາມຈິງ, ຂ້ານ້ອຍໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າ, ຂອງອິສະຣາເອນ. ນີ້ຄືສິ່ງທີ່ຂ້ານ້ອຍໄດ້ເຮັດ: \v 21 ຄືເມື່ອຂ້ານ້ອຍໄດ້ເຫັນເສື້ອຄຸມງາມຈາກບາບີໂລນ, ເງິນຫນັກປະມານສອງຮ້ອຍເຊເຂ, ແລະ ຄຳແທ່ງຫນຶ່ງຫນັກ ຫ້າສິບເຊເຂ, ຂ້ານ້ອຍປຣາຖນາຢາກໄດ້ສິ່ງຂອງເຫລົ່ານັ້ນ ແລະ ເອົາມັນມາ. ຂອງພວກນັ້ນໄດ້ເຊື່ອງຢູ່ໃນດິນກາງເຕັນຂອງຂ້ານ້ອຍ, ແລະ ເງິນກໍຢູ່ພາຍໃຕ້ມັນນັ້ນ."