lo_jos_text_ulb_l3/07/14.txt

1 line
1.3 KiB
Plaintext

\v 14 ໃນຕອນເຊົ້າ,​ເຈົ້າຕ້ອງນຳສະເຫນີຕົວເຈົ້າເອງໂດຍເຜົ່າຂອງເຈົ້າ. ເຜົ່າໃດທີ່ພຣະຢາເວຊົງເລືອກໄວ້ ກໍຈະຕ້ອງເຂົ້າມາເທື່ອລະຕະກູນ. ຕະກູນໃດທີ່ພຣະຢາເວ, ຊົງເລືອກໄວ້ກໍໃຫ້ເຂົ້າມາເທື່ອລະຄົວເຮືອນ. ຄົວເຮືອນໃດທີ່ພຣະຢາເວຊົງຄັດໄວ້ກໍໃຫ້ເຂົ້າມາເທື່ອລະຄົນ. \v 15 ສິ່ງນີ້ຈະເກີດຂຶ້ນ ຄົນທີ່ຖືກຈັບຄັດເລືອກໄວ້ ແລະ ຜູ້ທີ່ມີສິ່ງທີ່ຖືກແຍກເພື່ອການທຳລາຍເຫລົ່ານັ້ນ, ເຂົາຈະຖືກເຜົາໄຟ, ລວມທັງທຸກສິ່ງທີ່ເຂົາມີເພາະວ່າເຂົາໄດ້ລະເມີດພັນທະສັນຍາຂອງພຣະຢາເວ, ແລະເພາະວ່າເຂົາໄດ້ເຮັດໃນສິ່ງທີ່ຫນ້າອັບອາຍໃນອິສະຣາເອນ."'