lo_jos_text_ulb_l3/07/10.txt

1 line
1.6 KiB
Plaintext

\v 10 ພຣະຢາເວ, ໄດ້ກ່າວກັບໂຢຊວຍວ່າ, " ຈົ່ງລຸກຂຶ້ນເຖີດ! ເປັນຫຍັງເຈົ້າຈຶ່ງຫມູບຫນ້າລົງກັບພື້ນຢ່າງນີ້? \v 11 ອິສະຣະເອນໄດ້ເຮັດບາບ. ພວກເຂົາໄດ້ລະເມີດພັນທະສັນຍາຂອງເຮົາ ຊຶ່ງເຮົາໄດ້ສັ່ງພວກເຂົາໄວ້. ພວກເຂົາໄດ້ລັກບາງສິ່ງທີ່ແຍກໄວ້ ພວກເຂົາໄດ້ລັກເອົາມາ ແລະ ປິດອຳໄວ້ ໂດຍໄດ້ວາງສິ່ງທີ່ໄດ້ລັກເອົາມາກັບຊັບສິນສ່ວນຕົວຂອງພວກເຂົາ. \v 12 ຜົນຈາກເລື່ອງນີ້, ປະຊາຊົນອິສະຣາເອນຈຶ່ງບໍ່ສາມາດຕໍ່ສູ້ເຫລົ່າສັດຕຣູຂອງພວກເຂົາໄດ້, ພວກເຂົາຫັນຫລັງໃຫ້ພວກສັດຕຣູ ຂອງພວກເຂົາເພາະວ່າພວກເຂົາເອງໄດ້ກາຍເປັນສິ່ງຖືກແຍກ ເພື່ອການທຳລາຍເສຍເອງ. ເຮົາຈະບໍ່ຢູ່ກັບພວກເຈົ້າອີກຕໍ່ໄປນອກຈາກພວກເຈົ້າຈະທຳລາຍສິ່ງຕ່າງໆ ທີ່ຄວນຕ້ອງທຳລາຍແຕ່ຍັງຢູ່ກັບພວກເຈົ້າ.