|
\c 6 \v 1 ບັດນີ້ທາງເຂົ້າເມືອງເຢຣີໂກ, ທັງຫມົດກໍຖືກປິດເພາະເຫດແຫ່ງກອງທັບຂອງອິສະຣາເອນ. ບໍ່ມີຜູ້ໃດອອກ ແລະ ບໍ່ມີຜູ້ໃດເຂົ້າ. \v 2 ພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຈົ່ງເບິ່ງເຖີດເຮົາໄດ້ມອບເມືອງເຢຣີໂກທັງກະສັດຂອງເມືອງ, ແລະ ເຫລົ່າທະຫານທີ່ຝຶກຝົນຂອງເມືອງໄວ້ໃນມືພວກເຈົ້າແລ້ວ. |