lo_jos_text_ulb_l3/04/08.txt

1 line
1.3 KiB
Plaintext

\v 8 ປະຊາຊົນຊາວອິດສ​ະ​ຣາເອນ ໄດ້ເຮັດຕາມໂຢຊວຍໄດ້ສັ່ງນັ້ນ, ເເລະ ພວກເຂົາຂົນກ້ອນຫີນສິບສອງກ້ອນມາຈາກກາງເເມ່ນ້ຳຈໍເເດນ, ຕາມທີ່ພຣະຢາເວໄດ້ເວົ້າກັບໂຢຊວຍ. ພວກເຂົາໄດ້ກໍ່ກ້ອນຫີນຂຶ້ນຕາມຈຳນວນເຜົ່າຂອງປະຊາຊົນອິສະຣາເອນ. ພວກເຂົາເເບກກ້ອນຫີນມາຍັງສະຖານທີ່, ທີ່ພວກເຂົາຕັ້ງຄ້າຍພັກຢູ່ ເເລະ ໄດ້ກໍ່ພວກມັນຂຶ້ນໃນທີ່ນັ້ນ. \v 9 ເເລ້ວໂຢຊວຍໄດ້ກໍ່ກ້ອນຫີນສິບສອງກ້ອນທີ່ກາງເເມ່ນ້ຳຈໍເເດນ, ໃນບ່ອນທີ່ຕີນຂອງພວກປະໂລຫິດທີ່ໄດ້ຫາມຫີບພຣະບັນຍັດຂອງພັນທະສັນຍາຢືນຢູ່. ສິ່ງເຕືອນຄວາມຊົງຈຳຍັງຢູ່ທີ່ນັ້ນຈົນຮອດມື້ນີ້.