lo_jos_text_ulb_l3/03/07.txt

1 line
832 B
Plaintext

\v 7 ພຣະຢາເວໄດ້ບອກກັບໂຢຊວຍວ່າ, "ໃນມື້ນີ້ເຮົາຈະໃຫ້ເຈົ້າເປັນຊາຍທີ່ຍິ່ງໃຫຍ່ ໃນສາຍຕາຂອງຊາວອິສະຣາເອນທັງມວນ. ພວກເຂົາຈະໄດ້ຮູ້ວ່າ ເຮົາຢູ່ກັບໂມເຊມາແລ້ວຢ່າງໃດ, ເຮົາກໍຈະຢູ່ກັບພວກເຈົ້າຢ່າງນັ້ນ. \v 8 ເຈົ້າຈະສັ່ງປະໂລຫິດຜູ້ຫາມຫີບພັນທະສັນຍາວ່າ, "ເມື່ອພວກທ່ານມາຮອດແຄມແມ່ນ້ຳຈໍແດນ, ພວກທ່ານຈະຢຸດຢືນຢູ່ໃນແມ່ນ້ຳຈໍແດນ."