lo_jos_text_ulb_l3/03/02.txt

1 line
1.1 KiB
Plaintext

\v 2 ຕໍ່ມາອີກສາມມື້, ພວກເຈົ້າຫນ້າທີ່ກໍໄປທົ່ວຄ້າຍ; \v 3 ພວກເຂົາໄດ້ສັ່ງປະຊາຊົນວ່າ, "ເມື່ອພວກທ່ານເຫັນຫີບພັນທະສັນຍາແຫ່ງພຣະຢາເວພຣະເຈົ້າຂອງທ່ານ, ແລະ ເຫັນພວກປະໂລຫິດຊຶ່ງມາຈາກຊົນເຜົ່າເລວີຫາມໄປພວກທ່ານຈະຕ້ອງອອກຈາກສະຖານທີ່ແຫ່ງນີ້ແລະນຳໄປ. \v 4 ຈະຕ້ອງມີໄລຍະຫ່າງລະຫ່ວາງພວກທ່ານ ແລະ ຫີບປະມານຫນຶ່ງກິໂລແມັດ. ຈົ່ງຢ່າເຂົ້າໄປໃກ້ຫີບນັ້ນ ເພຶ່ອພວກທ່ານຈະໄດ້ຮູ້ຈັກທາງທີ່ຈະໄປ, ເພາະພວກທ່ານຍັງບໍ່ເຄີຍໄປທາງນີ້ມາກ່ອນ."