lo_jos_text_ulb_l3/01/01.txt

1 line
1.2 KiB
Plaintext

\c 1 \v 1 ບັດນີ້ ສິ່ງນີ້ໄດ້ເກີດຂຶ້ນ ຫລັງຈາກການເສຍຊີວິດຂອງໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ທີ່ພຣະຢາເວໄດ້ສັ່ງກັບໂຢຊວຍລູກຂອງນູນ, ຜູ້ຊ່ວຍລະດັບຫົວຫນ້າຂອງໂມເຊວ່າ, \v 2 " ໂມເຊ, ຜູ້ຮັບໃຊ້ຂອງເຮົາ, ໄດ້ເສຍຊີວິດແລ້ວ. ດັ່ງນັ້ນ, ຈົ່ງລຸກຂຶ້ນຂ້ວາມແມ່ນ້ຳຈໍແດນນີ້, ເຈົ້າ ແລະ ປະຊາຊົນທັງຫມົດໄປຍັງແຜ່ນດິນທີ່ເຮົາຈະຍົກໃຫ້ພວກເຂົາ - ປະຊາຊົນຂອງອິສະຣາເອນ. \v 3 ເຮົາໄດ້ຍົກໃຫ້ເຈົ້າທຸກແຫ່ງ ທີ່ຕີນຂອງພວກເຈົ້າຈະຢຽບລົງໄປ. ເຮົາໄດ້ຍົກໃຫ້ແກ່ເຈົ້າແລ້ວດັ່ງທີ່ເຮົາໄດ້ສັນຍາໄວ້ກັບໂມເຊ.