\c 21 \v 1 ຂະນະນັ້ນພວກຫົວຫນ້າຕະກູນຕ່າງໆ ຂອງຄົນເລວີໄດ້ມາຫາເອເລອາຊາປະໂຣຫິດ ໂຢຊວຍລູກຊາຍຂອງນູນແລະບັນດາຫົວຫນ້າຂອງຄອບຄົວຂອງບັນພະບູລຸດຂອງປະຊາຊົນອິດສະຣາເອນ. \v 2 ພວກເຂົາໄດ້ກ່າວແກ່ຄົນເຫລົ່ານັ້ນທີ່ເມືອງຊີໂລໃນແຜ່ນດິນຂອງການາອານ"ພຣະຢາເວ, ໄດ້ຊົງສັ່ງທ່ສນທັງຫລາຍໂດຍຜ່ານທາງໂມເຊວ່າ ໃຫ້ມອບເມືອງຕ່າງໆແກ່ກວກເຮົາເພື່ອຈະໄດ້ອາໄສຢູ່ ພ້ອມທັງທົ່ງຫຍ້າສຳລັບຝູງສັດລ້ຽງຂອງພວກເຮົາດ້ວຍ.