\v 9 ແລ້ວຊາຍແດນເລີຍໄປຈາກຍອດພູເຖິງນຳ້ພຸແຫ່ງລຳນຳ້ເນັບໂທອາ ຈາກທີ່ນັ້ນກໍມາເຖິງເມືອງຕ່າງໆຂອງພູເຂົາເອຟະໂຣນ.ແລ້ວຊາຍແດນກໍລ້ຽວໄປທາງບາອາລາ (ເຫມືອນກັນກັບກີຣີອາດເຢອາຣິມ). \v 10 ແລ້ວຊາຍແດນກໍລ້ຽວໄປບາອາລາ ໄປທາງທິດຕາເວັນຕົກເຖິງພູເຂົາເສອີ ຜ່ານໄປຕາມໄຫລ່ພູເຢອາຣິມທາງເຫນືອ (ເມືອງດຽວກັບເກສາໂລນ) ລົງໄປເຖິງເມືອງເບັດເຊເມດຜ່ານເມືອງຕີມນາ.