\v 7 ແລ້ວເຂດແດນກໍຂຶ້ນໄປເຖິງເດບີຈາກຮ່ອມພູອາໂຄແລະຂຶ້ນໄປທາງເຫນືອລ້ຽວໄປທາງກິນການຊຶ່ງຢູ່ກົງກັນຂ້າມເນີນພູອາດູມມິມ ຊຶ່ງຢູ່ທາງໃຕ້ຂອງຮ່ອມພູ ແລ້ວເຂດແດນກໍໄດ້ຜ່ານໄປເຖິງນຳ້ພຸເອນເຊເມດແລະໄປເຖິງເອນໂຣເກນ. \v 8 ແລ້ວເຂດແດນໄດ້ຂຶ້ນໄປທາງຮ່ອມພູ ເບນຮິນໂນມ ເຖິງທາງທິດໃຕ້ເມືອງຂອງຄົນເຢບຸດ (ນັ້ນຄືເຢຣູຊາເລັມ) ແລ້ວຂຶ້ນໄປເຖິງຍອດພູ ທີ່ທອດຍອດຢູ່ຫນ້າຮ່ອມພູຮິນໂມນທາງທິດຕາເວັນຕົກຊຶ່ງຢູ່ທາງເຫນືອສຸດຂອງຮ່ອມພູເຣຟາອິມ