\c 12 \v 1 ຕໍ່ໄປນີ້ ຄືບັນດາກະສັດຂອງດິນແດນ ຊຶ່ງຜູ້ຊາຍອິດສະຣາເອນໄດ້ຢຶດຄອງແຜ່ນດິນ ຟາກຕາເວັນອອກຂອງແມ່ນຳ້ຈໍແດນແລະເລີຍໄປທາງພາກເຫນືອ. ຈາກຮ່ອມພູລຸ່ມແມ່ນຳ້ອາກໂນນເຖິງພູເຂົາເຮີໂມນແລະທັງຫມົດຂອງອາຣາບານເຖິງພາກຕາເວັນອອກ. \v 2 ເຈົ້າສີໂຫນກະສັດຂອງຄົນອາໂມຣິດຢູ່ທີ່ເຮັດຊະໂບນ ເຂົາປົກຄອງນັບຈາກ ອາໂຣອີ ຊຶ່ງຢູ່ຕາມແຄມຮ່ອມພູອາກໂນນ, ຈາກກາງຮ່ອມພູແລະເຄິ່ງຫນຶ່ງຂອງກີເລອາດລົງໄປເຖິງແມ່ນຳ້ຢັບໂບກຕິດຊາຍແດນຂອງຄົນອຳໂມນ.