\v 24 ເມື່ອພວກເຂົານຳກະສັດເຫລົ່ານັ້ນມາຫາໂຢຊວຍ ເຂົາຈຶ່ງເອີ້ນໃຫ້ຄົນອິດສະຣາເອນທັງຫມົດມາ ເຂົາໄດ້ກ່າວກັບຜູ້ບັງຄັບການຂອງທະຫານທີ່ອອກໄປຮ່ວມລົບກັບທ່ານວ່າ "ຈົ່ງເອົາຕີນຂອງພວກທ່ານຢຽບທີ່ຄໍຂອງພວກເຂົາ" ດັ່ງນັ້ນເຂົາກໍຂຶ້ນມາແລະເອົາຕີນຢຽບຄໍຂອງພວກເຂົາ. \v 25 ແລ້ວເພິ່ນເວົ້າກັບພວກເຂົາວ່າ " ຢ່າຢ້ານຫລືຕົກໃຈເລີຍ ຈົ່ງເຂັ້ມແຂງແລະກ້າຫານເຖີດນີ້ຄືສິ່ງທີ່ພຣະຢາເວ, ຈະເຮັດກັບພວກສັດຕູຂອງພວກເຈົ້າ ທຸກຄົນທີ່ພວກເຈົ້າກຳລັງຈະຕໍ່ສູ້ດ້ວຍ".