\v 2 ນີ້ເປັນແຜ່ນດິນທີ່ຍັງຄົງເຫລືອຢູ່: ຄືທ້ອງຖິ່ນທັງຫມົດຂອງຟິລິສະຕິນ, ແລະ ທ້ອງຖິ່ນທັງຫມົດຂອງຄົນເກຊູ, \v 3 (ນັບຈາກຊີໂຫນຊຶ່ງຢູ່ທິດຕາເວັນອອກຂອງເອຢິບ ແລະ ເຫນືອຂຶ້ນໄປເຖິງຊາຍແດນຂອງເອັກໂຣນ, ຊຶ່ງເປັນຊັບສິນຂອງຄົນການາອານ;​ ຜູ້ປົກຄອງຂອງຟິລິສະຕິນມີຫ້າຄົນຄື: ຊາວກາຊາ, ຊາວອາສະໂດດ, ຊາວອາສະເກໂລນ, ຊາວກາດ ແລະ ຊາວເອກໂຣນ - ເຂດແດນຂອງອາວິມ).