2019-11-24 19:56:36 +00:00
|
|
|
\v 10 ໂຢຊວຍກໍໄດ້ກັບມາໃນເວລານັ້ນ ແລະໄດ້ຢຶດເມືອງຮາໂຊ. ພວກເຂົາກໍໄດ້ຂ້າກະສັດຂອງເມືອງນັ້ນດ້ວຍດາບ. (ຮາໂຊໄດ້ເຄີຍເປັນຫົວຫນ້າຂອງອານາຈັກເຫລົ່ານີ້ທັງຫມົດ.) \v 11 ພວກເຂົາໄດ້ໃຊ້ດາບຂ້າສິ່ງທີ່ມີຊີວິດທຸກຢ່າງທີ່ຢູ່ທີ່ນັ້ນ, ແລະ ເພິ່ນກໍໄດ້ແຍກພວກເຂົາອອກມາເພື່ອທຳລາຍເສຍ, ດັ່ງນັ້ນຈຶ່ງບໍ່ມີສິ່ງມີຊີວິດລອດເຫລືອແລ້ວ ເພິ່ນກໍເຜົາເມືອງຮາໂຊ.
|