lo_jon_text_ulb_l3/04/08.txt

1 line
1.1 KiB
Plaintext

\v 8 ແລະເມື່ອຕາເວັນຂຶ້ນໃນເຊົ້າອືກມື້ຫນຶ່ງ, ພຣະເຈົ້າເຮັດໃຫ້ມີລົມຮ້ອນພັດມາຈາກທິດຕາເວັນອອກ. ນອກຈາກນັ້ນ ຕາເວັນສ່ອງແສງລົງມາໃສ່ຫົວຂອງໂຢນາ ຈົນເຮັດໃຫ້ລາວເກືອບເປັນລົມລົ້ມໄປ. ແລ້ວໂຢນາຈຶ່ງຢາກທີ່ຈະຕາຍ. ລາວເວົ້າກັບຕົນເອງວ່າ,"ເຮັດໃຫ້ຂ້ອຍຕາຍກໍດີກວ່າມີຊີວິດຢູ່." \v 9 ແລ້ວພຣະເຈົ້າກ່າວກັບໂຢນາວ່າ,"ດີແລ້ວບໍທີ່ເຈົ້າໃຈຮ້າຍກັບເລື່ອງຕົ້ນໄມ້ນີ້?" ໂຢນາຕອບວ່າ,"ດີແລ້ວພຣະເຈົ້າຂ້າ ທີ່ຂ້ານ້ອຍໃຈຮ້າຍ, ຫລືແມ່ນແຕ່ຢາກຕາຍ."