lo_jon_text_ulb_l3/01/11.txt

1 line
1.1 KiB
Plaintext

\v 11 ເຂົາທັງຫລາຍບອກໂຢນາວ່າ, "ພວກເຮົາຄວນເຮັດແນວໃດກັບເຈົ້າ ເພື່ອເຮັດໃຫ້ທະເລສະຫງົບລົງ?" ເພາະທະເລຍິ່ງຮຸນແຮງຂຶ້ນເລື້ອຍໆ. \v 12 ໂຢນາຈຶ່ງຕອບເຂົາທັງຫລາຍວ່າ,"ຈົ່ງຈັບຂ້ອຍໂຍນລົງໄປໃນທະເລ. ແລ້ວທະເລກໍຈະສະຫງົບລົງ, ເພາະຂ້ອຍຮູ້ວ່າຂ້ານ້ອຍເອງເປັນຕົ້ນເຫດຂອງພາຍຸເທື່ອນີ້." \v 13 ຂະນະດຽວກັນນັ້ນ ພວກລູກເຮືອກໍຊ່ວຍກັນພະຍາຍາມແລ່ນເຮືອເຂົ້າແຄມໃຫ້ໄດ້, ແຕ່ພວກເຂົາເຮັດບໍ່ໄດ້ ເພາະທະເລຕ້ານພວກເຂົາຢ່າງຮຸນແຮງຂຶ້ນກວ່າເກົ່າ.