lo_jon_text_ulb_l3/01/08.txt

1 line
1.3 KiB
Plaintext

\v 8 ແລ້ວພວກເຂົາເວົ້າກັບໂຢນາວ່າ, "ຈົ່ງບອກພວກເຮົາມາເຖີດ ວ່າໃຜເປັນເຫດໃຫ້ຄວາມຊົ່ວຮ້າຍນີ້ເກີດຂຶ້ນແກ່ພວກເຮົາ. ເຈົ້າມີອາຊີບຫຍັງ, ແລະເຈົ້າມາແຕ່ໃສ? ເຈົ້າມາຈາກປະເທດໃດ? ແລະເຈົ້າເປັນຄົນຊາດໃດ? \v 9 ໂຢນາຕອບພວກເຂົາວ່າ, "ຂ້ານ້ອຍເປັນຄົນເຮັບເຣີ; ແລະຂ້ານ້ອຍຢຳເກງພຣະຢາເວ, ພຣະເຈົ້າແຫ່ງຟ້າສະຫວັນ, ຜູ້ຊົງສ້າງທະເລ ແລະ ແຜ່ນດິນໂລກ." \v 10 ແລ້ວ ຄົນເຫລົ່ານັ້ນກໍຍິ່ງຢ້ານຫລາຍຂຶ້ນ ແລະ ເວົ້າກັບໂຢນາວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້?" ເພາະໂຢນາໄດ້ບອກພວກເຂົາວ່າ ລາວກຳລັງຫນີໃຫ້ພົ້ນຈາກຫນ້າຂອງພຣະຢາເວ.