lo_jol_tn_l3/03/16.txt

18 lines
2.7 KiB
Plaintext

[
{
"title": "ພຣະຢາເວຊົງເປັ່ງພຣະສຸຣະສຽງຈາກພູຊີໂອນ ແລະ ຊົງຮ້ອງສຽງດັງສະຫນັ່ນຈາກເຢຣູຊາເລັມ ",
"body": "ປະໂຫຍກທັງສອງນີ້ຫມາຍຄວາມວ່າ ພຣະຢາເວຈະຊົງຮ້ອງດ້ວຍສຽງດັງ, ຢ່າງຊັດແຈ້ງ ແລະ ມີຣິດອຳນາດຈາກນະຄອນເຢຣູຊາເລັມ. ຖ້າໃນພາສາຂອງທ່ານມີພຽງແຕ່ຄຳດຽວສຳລັບຄຳເວົ້ານີ້ ທ່ານສາມາດໃຊ້ເປັນປະໂຫຍກຫນຶ່ງກໍໄດ້. ອາດແປໄດ້ອີກວ່າ: \"ພຣະຢາເວຈະຊົງຮ້ອງຈາກນະຄອນເຢຣູຊາເລັມ\" (ເບິ່ງເພີ່ມເຕີມ: figs_parallelism)"
},
{
"title": "ພຣະຢາເວຊົງເປັ່ງພຣະສຸຣະສຽງ",
"body": "ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ 1) \"ພຣະຢາເວຈະຊົງຮ້ອງຄືກັບໂຕສິງ\" ຫລື 2) \"ພຣະຢາເວຈະຊົງຮ້ອງຄືກັບສຽງຟ້າຮ້ອງ.\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ທ້ອງຟ້າ ແລະ ແຜ່ນດິນໂລກຈະສະທ້ານຫວັ່ນໄຫວ",
"body": "ສຽງຮ້ອງຂອງພຣະຢາເວມີຣິດອຳນາດຫລາຍ ຈົນວ່າມັນເປັນເຫດໃຫ້ທັງທ້ອງຟ້າ ແລະ ແຜ່ນດິນໂລກສັ່ນສະເທືອນ."
},
{
"title": "ພຣະຢາເວຊົງເປັນທີ່ກຳບັງໃຫ້ແກ່ໄພ່ພົນຂອງພຣະອົງ ແລະ ເປັນປ້ອມປາການໃຫ້ແກ່ຄົນອິສະຣາເອນ",
"body": "ທັງສອງປະໂຫຍກນີ້ຫມາຍຄວາມວ່າ ພຣະຢາເວຈະຊົງປົກປ້ອງປະຊາຊົນຂອງພຣະອົງ. ປ້ອມປາການເປັນທີ່ພັກອາສັຍທີ່ແຂງແຮງທີ່ໃຊ້ໃນການປົກປ້ອງຄົນໃນຊ່ວງສົງຄາມ. ອາດແປໄດ້ອີກວ່າ: \"ພຣະຢາເວຈະຊົງເປັນປ້ອມປາການທີ່ເຂັ້ມແຂງ ສຳລັບປະຊາຊົນຂອງພຣະອົງ\" (ເບິ່ງເພີ່ມເຕີມ: figs_metaphor ແລະ figs_parallelism)"
}
]