lo_jol_tn_l3/03/12.txt

38 lines
4.4 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ພຣະຢາເວຍັງຊົງກ່າວຕໍ່ປະຊາຊາດທັງຫລາຍຢູ່."
},
{
"title": "ໃຫ້ປະຊາຊາດທັງຫລາຍຕ້ອງຕຽມພ້ອມຢູ່ສະເຫມີ ... ປະຊາຊາດທັງຫລາຍທີ່ຢູ່ແຖບນັ້ນ",
"body": "ຄຳວ່າ \"ປະຊາຊາດ\" ແລະ \"ປະເທດອ້ອມຂ້າງ\" ຫມາຍເຖິງປະເທດດຽວກັນທີ່ອ້ອມຮອບຢູດາ. ພຣະຢາເວຈະພິພາກສາພວກເຂົາໃນຮ່ອມພູໂຮຊາຟັດ ສຳລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ນະຄອນເຢຣູຊາເລັມ."
},
{
"title": "ຈົ່ງເອົາກ່ຽວມາ... ບໍ່ຢຽບຫມາກອະງຸ່ນກໍເຕັມ",
"body": "ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ: 1) ການໂຈມຕີປະເທດທີ່ມີບາບຫນາຄືກັບການເກັບກ່ຽວເມັດພືດ ແລະ ການຢຽບ ຫມາກອະງຸ່ນ ຫລື 2) ຄວາມຮີບດ່ວນໃນການພິພາກສາ ບັນດາປະເທດທີ່ມີບາບຫນາຄືກັບຄວາມຮີບດ່ວນ ໃນການເກັບກ່ຽວຜົນລະປູກທີ່ສຸກເຕັມນາ ແລະ ການເກັບຢຽບຫມາກອະງຸ່ນ."
},
{
"title": "ຈົ່ງເອົາກ່ຽວມາ ເພາະມັນຮອດຣະດູເກັບກ່ຽວແລ້ວ",
"body": "ພຣະຢາເວຊົງກ່າວເຖິງປະຊາຊາດເຫມືອນກັບວ່າ ພວກເຂົາເປັນທົ່ງນາຂອງຜົນລະປູກທີ່ພ້ອມແລ້ວສຳລັບການເກັບກ່ຽວ. ອາດແປໄດ້ອີກວ່າ: \"ເອົາກ່ຽວມາ, ສຳລັບປະຊາຊາດທັງຫລາຍແມ່ນສຸກແລ້ວສຳລັບການເກັບກ່ຽວ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ຈົ່ງເອົາກ່ຽວມາ",
"body": "\"ແກວ່ງກ່ຽວເພື່ອຕັດຮວງເຂົ້າ\"."
},
{
"title": "ກ່ຽວ",
"body": "ເປັນມີດໂຄ້ງຍາວທີ່ຜູ້ຄົນໃຊ້ເພື່ອຕັດຮວງເຂົ້າ. "
},
{
"title": "ມັນຮອດຣະດູເກັບກ່ຽວແລ້ວ",
"body": "\"ເມັດພືດກໍພ້ອມທີ່ຈະເກັບກ່ຽວ\". "
},
{
"title": "ມາບີບຫມາກອະງຸ່ນ ເພາະບໍ່ຢຽບຫມາກອະງຸ່ນກໍເຕັມ",
"body": "ພຣະຢາເວຊົງກ່າວເຖິງ ປະຊາຊາດຄືກັບວ່າພວກເຂົາເປັນເຄືອອະງຸ່ນໃນບໍ່ເຫລົ້າອະງຸ່ນ, ກຽມພ້ອມສຳລັບຄົນທີ່ຈະມາຢຽບຢ່ຳພວກເຂົາ. ອາດແປໄດ້ອີກວ່າ: \"ມາ, ຈົ່ງຢຽບຢ່ຳປະຊາຊາດທັງຫລາຍ, ເພາະວ່າພວກເຂົາປຽບເຫມືອນຫມາກອະງຸ່ນ ໃນບໍ່ຢຽບເຫລົ້າອະງຸ່ນ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ຖັງເຫລົ້າອະງຸ່ນກໍລົ້ນແລ້ວ ເພາະຄວາມຜິດບາບຂອງພວກເຂົາມີຢ່າງຫລວງຫລາຍ",
"body": "ພຣະຢາເວ ຊົງກ່າວເຖິງຄວາມຊົ່ວຮ້າຍຂອງປະຊາຊາດຄືກັບວ່າ ມັນເປັນນ້ຳທີ່ໄຫລອອກຈາກບໍ່ເຫລົ້າອະງຸ່ນ ເຂົ້າໄປໃນຖັງເກັບເຫລົ້າອະງຸ່ນ. ຖັງແມ່ນບໍ່ໃຫຍ່ພຽງພໍທີ່ຈະບັນຈຸຄວາມຊົ່ວຮ້າຍ ທີ່ໄຫລເຂົ້າໄປໃນພວກເຂົາ. (ເບິ່ງເພີ່ມເຕີມ: figs_metaphor)"
}
]