lo_jol_text_ulb_l3/03/04.txt

1 line
1.1 KiB
Plaintext

\v 4 ບັດນີ້, ເປັນຫຍັງພວກເຈົ້າຈຶ່ງໂກດຮ້າຍເຮົາ, ເມືອງຕີເຣ, ເມືອງຊີໂດນ ແລະ ທົ່ວປະເທດຟີລິດສະຕີນ? ພວກເຈົ້າຢາກຈະແກ້ແຄ້ນເຮົາບໍ? ຖ້າເຈົ້າຄິດຈະແກ້ແຄ້ນເຮົາ, ເຮົາຈະຕອບແທນການກະທຳຂອງພວກເຈົ້າທັນທີ. \v 5 ເພາະພວກເຈົ້າໄດ້ຂົນເອົາເງິນແລະທອງຄຳຂອງເຮົາໄປ, ແລະ ພວກເຈົ້າໄດ້ຂົນເອົາເຄື່ອງຂອງອັນມີຄ່າຂອງເຮົາໄປຍັງວິຫານທັງຫລາຍຂອງພວກເຈົ້າ. \v 6 ພວກເຈົ້າໄດ້ຂາຍຊາວຢູດາ ແລະ ເຢຣູຊາເລັມກັບຊາວກຣີກ, ເພື່ອເຮັດໃຫ້ພວກເຂົາຢູ່ຫ່າງໄກ ຈາກເຂດແດນຂອງພວກເຂົາ.