lo_jol_text_ulb_l3/02/10.txt

1 line
1.0 KiB
Plaintext

\v 10 ແຜ່ນດິນ ແລະ ທ້ອງຟ້າກໍສະທ້ານຫວັ່ນໄຫວຕໍ່ຫນ້າພວກມັນ, ດວງຕາເວັນ ແລະ ດວງເດືອນກໍມືດລົງໄປ, ແລະ ດວງດາວທັງຫລາຍກໍບໍ່ສ່ອງສະຫວ່າງອີກຕໍ່ໄປ. \v 11 ພຣະຢາເວເປັ່ງສຽງຕໍ່ຫນ້າກອງທັບຂອງພຣະອົງ, ເພາະກອງທັບຂອງພຣະອົງມີຈຳນວນຫລວງຫລາຍ; ເພາະພວກມັນມີກຳລັງເຂັ້ມແຂງ, ພວກມັນສາມາດເຮັດຕາມຄຳສັ່ງຂອງພຣະອົງສຳເລັດ, ເພາະມື້ນັ້ນ ເປັນມື້ທີ່ຍິ່ງໃຫຍ່ຂອງພຣະຢາເວ ແລະ ເປັນຕາຢ້ານຫລາຍ. ແມ່ນຜູ້ໃດນໍຈະຫນີພົ້ນໄປໄດ້?