lo_jol_text_ulb_l3/02/08.txt

1 line
632 B
Plaintext

\v 8 ພວກມັນຍ່າງໂດຍບໍ່ຕຳກັນເລີຍ; ພວກມັນຍ່າງໂດຍເປັນຂະບວນຕາມແຖວຂອງໃຜມັນ; ພວກມັນຜ່າດ່ານປ້ອງກັນ ແລະ ບໍ່ແຕກແຖວ. \v 9 ພວກມັນຮີບເຂົ້າໄປເມືອງນັ້ນ, ພວກມັນແລ່ນຢູ່ເທິງກຳແພງ, ພວກມັນປີນຂຶ້ນໄປໃນເຮືອນທຸກຫລັງ, ແລະທາງປ່ອງຢ້ຽມເຫມືອນຢ່າງຄົນຂີ້ລັກ.