lo_job_tn_l3/27/01.txt

30 lines
4.1 KiB
Plaintext

[
{
"title": "ຕາບໃດພຣະ­ເຈົ້າຍັງ​ມີ​ພຣະ­ຊົນ​ຢູ່​ຢ່າງແນ່ນອນ",
"body": "ວະລີນີ້ສະແດງໃຫ້ເຫັນວ່າໂຢບກຳລັງສາບານ. ໂຢບປຽບທຽບຄວາມແນ່ນອນວ່າພຣະເຈົ້າມີຊີວິດຢູ່ກັບຄວາມແນ່ນອນຂອງສິ່ງທີ່ພຣະອົງເວົ້າ. ນີ້ແມ່ນວິທີການໃຫ້ຄຳສັນຍາຢ່າງຈິງຈັງ. ອາດຈະແປໄດ້ອີກວ່າ: \"ຂ້ານ້ອຍສາບານໂດຍພຣະເຈົ້າ\""
},
{
"title": "ເອົາ​ຄວາມ­ຍຸ­ຕິ­ທັມຂອງຂ້ານ້ອຍອອກໄປ",
"body": "ຄວາມຍຸຕິທຳຖືກກ່າວເຖິງຄືວ່າມັນແມ່ນວັດຖຸທີ່ສາມາດເອົາໄປ ຫລືມອບໃຫ້ໄດ້. ການເອົາມັນໄປນັ້ນຫມາຍເຖິງການປະຕິເສດທີ່ຈະເຮັດວຽກກັບຄວາມຍຸຕິທຳ. ອາດຈະແປໄດ້ອີກວ່າ: \"ໄດ້ປະຕິເສດທີ່ຈະປະຕິບັດຕໍ່ຂ້ານ້ອຍຢ່າງທ່ຽງທຳ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ເຮັດໃຫ້ຊີວິດ​ຂອງຂ້ານ້ອຍ​ຂົມ­ຂື່ນ",
"body": "ຊີວິດທີ່ “ຂົມຂື່ນ” ຂອງໂຢບສະແດງວ່າໂຢບຮູ້ສຶກລັງກຽດຕໍ່ພຣະເຈົ້າ. ອາດຈະແປໄດ້ອີກວ່າ: \"ໄດ້ເຮັດໃຫ້ຂ້ານ້ອຍຮູ້ສຶກແຄ້ນໃຈ\" ຫລື \"ໄດ້ເຮັດໃຫ້ຂ້ອຍຮູ້ສຶກໂກດແຄ້ນຍ້ອນວິທີບໍ່ເປັນທັມທີ່ພຣະອົງປະຕິບັດຕໍ່ຂ້ອຍ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ໃນຂະນະທີ່ຊີວິດຂອງຂ້ານ້ອຍ",
"body": "ນີ້ຫມາຍເຖິງໄລຍະເວລາທີ່ເຫລືອຂອງລາວ. ອາດຈະແປໄດ້ອີກວ່າ: \"ຕະຫລອດເວລາທີ່ຊີວິດຂອງຂ້ານ້ອຍຍັງຢູ່ໃນຕົວຂ້ານ້ອຍ\" ຫລື \"ຕາບໃດທີ່ຊີວິດຂ້ານ້ອຍຍັງຢູ່ໃນຂ້ານ້ອຍ\""
},
{
"title": "ໃນຂະນະທີ່ຊີວິດຂອງຂ້ານ້ອຍ",
"body": "ຄຳນາມທີ່ບໍ່ມີຕົວຕົນ \"ຊີວິດ\" ສາມາດສະແດງອອກດ້ວຍຄຳຄຸນນາມທີ່ວ່າ \"ມີຊີວິດ\" ຫລື ຄຳກິລິຍາທີ່ມີຊີວິດຢູ່. ອາດຈະແປໄດ້ອີກວ່າ: \"ຕາບໃດທີ່ຂ້ານ້ອຍຍັງມີຊີວິດຢູ່\" ຫລື \"ໃນຂະນະທີ່ຂ້ານ້ອຍຍັງມີຊີວິດຢູ່\" (ເບິ່ງເພີ່ມເຕີມ: figs_abstractnouns)"
},
{
"title": "ລົມຫາຍໃຈຈາກພຣະເຈົ້າຍັງຢູ່ໃນຮູ­ດັງ​ຂອງຂ້ານ້ອຍ",
"body": "ລົມຫາຍໃຈຢູ່ໃນຮູດັງຫມາຍເຖິງການສາມາດຫາຍໃຈໄດ້. ແລະ \"ລົມຫາຍໃຈຈາກພຣະເຈົ້າ\" ຫມາຍເຖິງພຣະເຈົ້າເຮັດໃຫ້ລາວສາມາດຫາຍໃຈໄດ້. ອາດຈະແປໄດ້ອີກວ່າ: \"ພຣະເຈົ້າຊ່ວຍໃຫ້ຂ້ານ້ອຍຫາຍໃຈ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ຮູ­ດັງ​",
"body": "\"ດັງ\""
}
]